Thongkang Village Sisattanak District Vientiane, Lao PDR 10010
Facebook-f
Instagram
Twitter
Youtube
ບ້ານ
ກ່ຽວກັບພວກເຮົາ
ການສຶກສາ
ການສຶກສາດ້ານຄຼາໂຣແພຣກຕິກ ກັບ ການສຶກສາດ້ານການແພດ
ກົດໝາຍ
ຄວາມປອດໄພ
Menu
ບ້ານ
ກ່ຽວກັບພວກເຮົາ
ການສຶກສາ
ການສຶກສາດ້ານຄຼາໂຣແພຣກຕິກ ກັບ ການສຶກສາດ້ານການແພດ
ກົດໝາຍ
ຄວາມປອດໄພ
ຕິດຕໍ່ LCA
+8562058999565
ຄວາມປອດໄພ
ໃນຂະນະທີ່ສະມາຄົມຈັດກະດູກລາວຍັງຄົງຮ່ວມມືກັບກະຊວງສາທາລະນະສຸກເພື່ອລົງມະຕິກົດລະບຽບ ແລະ ຂໍ້ບັງຄັບວ່າດ້ວຍຄຼາໂຣແພຣກຕິກ ແຕ່ກໍຍັງບໍ່ໄດ້ຮັບການຄຸ້ມຄອງຢ່າງເປັນທາງການ. ຄລີນິກທີ່ຂື້ນທະບຽນກັບກະຊວງສາທາລະນະສຸກແມ່ນໄດ້ຮັບການກວດສອບເພື່ອໃຫ້ໝັ້ນໃຈຄຸນນະພາບໃນການໃຫ້ບໍລິການ. ໝໍຈັດກະດູກທີ່ເຮັດວຽກໃນສະຖານທີ່ທີ່ບໍ່ກ່ຽວຂ້ອງທາງການແພດທີ່ບໍ່ໄດ້ຮັບການຍອມຮັບຢ່າງເປັນທາງການເຊັ່ນ: ສະປາ, ຮີສອດເພື່ອສຸຂະພາບ ແລະ ສູນອອກກຳລັງກາຍແມ່ນບໍ່ໄດ້ມີການຈົດທະບຽນ ແລະ ບໍ່ໄດ້ຮັບການຍອມຮັບຢ່າງເປັນທາງການ. ສິ່ງເຫຼົ່ານີ້ເຮັດໃຫ້ເກີດຄວາມສ່ຽງຕໍ່ສາທາລະນະຊົນເນື່ອງຈາກວ່າບໍ່ໄດ້ຮັບການກວດສອບ ຫຼື ປະເມີນຄວາມສາມາດທາງວິຊາຊີບຢ່າງເໝາະສົມ. ສິ່ງສຸດທ້າຍທີ່ຄວນລະວັງຄືການທີ່ໃຫ້ໝໍດ້ານຄຼາໂຣແພຣກຕິກທີ່ຖືກຍຶດໃບທະບຽນໃນປະເທດອື່ນ ເນື່ອງຈາກພຶດຕິກຳທີ່ບໍ່ຖືກຕ້ອງຕາມລະບຽບເຂົ້າມາປະຕິບັດງານໃນປະເທດລາວກໍສາມາດເຮັດໃຫ້ປະຊາຊົນເກີດອັນຕະລາຍໄດ້ເຊັ່ນກັນ.
ມີອີກຫຼາຍເຫດການທີ່ຜ່ານມາໃນອາດີດທີ່ບຸກຄົນທີ່ບໍ່ໄດ້ຮັບການຝຶກອົບຮົມດ້ານຄຼາໂຣແພຣກຕິກຢ່າງເປັນທາງການໄດ້ມີການໂຄສະນາວ່າຕົນເປັນ “ໝໍຈັດກະດູກ” ໃນປະເທດລາວ. ພວກເຂົາອ້າງວ່າໄດ້ເຄີຍສຶກສາຫຼັກສູດຄຼາໂຣແພຣກຕິກໃນປະເທດອື່ນ ເຊິ່ງສ່ວນໃຫຍ່ຈະເປັນປະເທດທີ່ບໍ່ໄດ້ມີສະຖາບັນສຶກສາຄຼາໂຣແພຣກຕິກຢ່າງເປັນທາງການ ແຕ່ໃນຄວາມເປັນຈິງແລ້ວພວກເຂົາພຽງແຕ່ຮຽນແບບວິດີໂອທີ່ພວກເຂົາເຫັນເທິງ YouTube ແລະ TikTok ເທົ່ານັ້ນ.
ກົນລະວິທີອີກຢ່າງໜື່ງທີ່ໝໍຈັດກະດູກປອມໃນລາວໃຊ້ເປັນອຸບາຍນັ້ນກໍຄືການຫຼີກລ່ຽງທີ່ຈະເອີ້ນສິ່ງທີ່ພວກເຂົາເຮັດນັ້ນໃຫ້ເປັນຢ່າງອື່ນທີ່ບໍ່ແມ່ນຄຼາໂຣແພຣກຕິກເຊັ່ນ: ການໃຊ້ວິທີເອີ້ນຕົວເອງໃນຖານະ “ຜູ້ຊ່ຽວຊານດ້ານກະດູກ” ຫຼື “ນັກບຳບັດດ້ວຍມື”. ສິ່ງນີ້ຍັງນັບເປັນອັນຕະລາຍ ເນື່ອງຈາກວ່າບຸກຄົນເຫຼົ່ານີ້ບໍ່ໄດ້ຮັບການສຶກສາຢ່າງເປັນທາງການໃນທາງການແພດ. ໃນການຮັກສາຄົນເຈັບໃນປະເທດລາວນັ້ນບໍ່ວ່າຈະໃນຮູບແບບໃດກໍຕາມ, ຈະຕ້ອງໄດ້ມີໃບອະນຸຍາດປະກອບອາຊີບຈາກກະຊວງສາທາລະນະສຸກເທົ່ານັ້ນ.
ຍັງມີອີກຫຼາຍເຫດການທີ່ບຸກຄົນໃດໜຶ່ງອ້າງຕົນວ່າເປັນ ນັກຈັດກະດູກໃນປະເທດລາວ, ແຕ່ຫຼັງຈາກກວດສອບແລ້ວກໍພົບວ່າບຸກຄົນນັ້ນແອບອ້າງ ແລະ ບໍ່ໄດ້ຮັບການສຶກສາຄຼາໂຣແພຣກຕິກຢ່າງຖືກຕ້ອງ.
ໄດ້ຮັບການຍອມຮັບວ່າເປັນສະມາຄົມ chiropractic ໃນ ສປປ ລາວ ໂດຍ WFC
ສຶກສາເພີ່ມເຕີມ
ພາສາລາວ
ພາສາລາວ
English