ການສຶກສາດ້ານຄຼາໂຣແພຣກຕິກ ກັບ ການສຶກສາດ້ານການແພດ

ທ່ານໝໍດ້ານຄຼາໂຣແພຣກຕິກມີຄວາມຮູ້ດ້ານການແພດຫຼາຍປານໃດ? ຄວາມຈິງຂໍ້ນີ້ອາດຈະເຮັດໃຫ້ທ່ານປະຫຼາດໃຈ. ປັດຈຸບັນນີ້, ທ່ານໝໍດ້ານຄຼາໂຣແພຣກຕິກຈຳເປັນຕ້ອງມີການຝຶກອົບຮົມສະເພາະທາງໃນລະດັບສູງຈຶ່ງຈະສາມາດສຳເລັດການສຶກສາ ແລະ ໄດ້ຮັບໃບອະນຸຍາດຈາກສະຖາບັນດ້ານຄຼາໂຣແພຣກຕິກໄດ້ ເຊິ່ງຄ້ອນຂ້າງຄ້າຍຄືກັນກັບສະຖາບັນດ້ານການແພດ, ໂດຍສະເພາະຊ່ວງ 2 ປີທຳອິດຂອງຫຼັກສູດ 4 ປີນັ້ນ. ຫຼັກສູດຄຼາໂຣແພຣກຕິກປະກອບດ້ວຍການສຶກສາວິຊາຊີບ 4 ປີ ຫຼັງຈາກຈົບການສຶກສາລະດັບປະລິນຍາຕີ 4 ປີ. ການສຶກສາດ້ານຄຼາໂຣແພຣກຕິກໃຊ້ເວລາໃນການສຶກສາສະເລ່ຍທັ້ງໝົດ 4,822 ຊົ່ວໂມງ, ໂດຍຕັ້ງແຕ່ 4,400 ຊົ່ວໂມງ ຮອດ 5,220 ຊົ່ວໂມງແມ່ນໄດ້ສຶກສາໃນວິທະຍາໄລ 16 ແຫ່ງ. ເຊິ່ງໄດ້ລວມມີຊົ່ວໂມງສະເລ່ຍປະມານ 1,975 ຊົ່ວໂມງໃນສາຂາຄລີນິກວິທະຍາ ແລະ 1,045 ຊົ່ວໂມງກັບການຝຶກງານໃນຄລີນິກ. ຊົ່ວໂມງຂັ້ນຕໍ່າສໍາລັບການຮັບຮອງໂດຍສະພາການສຶກສາຄຼາໂຣແພຣກຕິກແມ່ນ 4,200 ຊົ່ວໂມງ. ທ່ານໝໍດ້ານຄຼາໂຣແພຣກຕິກແມ່ນໄດ້ຮັບການຝຶກອົບຮົມມາເປັນຢ່າງດີເພື່ອສົ່ງຕໍ່ໄປຍັງຜູ້ເຂົ້າມາຮັບບໍລິການດ້ານສຸຂະພາບໃນຄລີນິກ. ດ້ວຍເຫດນີ້ການຝຶກອົບຮົມຂອງຄຼາໂຣແພຣກຕິກຈຶ່ງກວມເອົາບັນດາຫຼັກສູດຕ່າງໆເຊັ່ນ: ລະບົບຫົວໃຈ, ລະບົບທາງເດີນອາຫານ, ສູຕິສາດ, ນາລີເວດວິທະຍາ ແລະ ພະຍາດວິທະຍາ ແລະ ອື່ນໆອີກ.
ການປຽບທຽບຫຼັກສູດຂອງ 2 ສາຂານີ້ໃນເລື່ອງພາກວິຊາ ແລະ ຊົ່ວໂມງຮຽນເປັນແນວໃດ? ທັ້ງ 2 ຫຼັກສູດແມ່ນຄ້ອນຂ້າງມີຄວາມຄ້າຍກັນຫຼາຍເຊັ່ນ: ສະເລ່ຍ 4,822 ຊົ່ວໂມງໃນສະຖາບັນຄຼາໂຣແພຣກຕິກທຽບກັບ 4,667 ຊົ່ວໂມງໃນສະຖາບັນການແພດ. ພາກວິຊາວິທະຍາສາດພື້ນຖານປະກອບດ້ວຍ 25-30 ສ່ວນຮ້ອຍຂອງຊົ່ວໂມງການຮຽນທັ້ງຂອງຫຼັກສູດຄຼາໂຣແພຣກຕິກ ແລະ ການແພດ ແລະ ທັ້ງສອງຫຼັກສູດນີ້ມີຊົ່ວໂມງຮຽນພາກວິຊາຊີວະວິທະຍາ, ຈຸລະຊີບວິທະຍາ ແລະ ພະຍາດວິທະຍາໃກ້ຄຽງກັນ. ຄຼາໂຣແພຣກຕິກຈະໄດ້ສຶກສາພາກວິຊາກາຍະພາບສາດ ແລະ ພາກວິຊາສະລີລະສາດຫຼາຍກວ່າຫຼັກສູດການແພດ ແຕ່ໃນພາກວິຊາສາທາລະນະສຸກແມ່ນທາງຫຼັກສູດການແພດຈະໄດ້ສຶກສາຫຼາຍກວ່າ.
ການທົດສອບ

ພາກວິຊາ

ຊົ່ວໂມງຮຽນ ນັກຮຽນແພດ

ຊົ່ວໂມງຮຽນ ນັກຮຽນຄຼາໂຣແພຣກຕິກ

ຊົ່ວໂມງຮຽນ ນັກຮຽນແພດ

ນັກຮຽນແພດ

ກາຍະພາບສາດ

540

510

ເຄມີສາດ

165

325

ບົ່ງມະຕິ

630

325

ຈຸລະຊີບວິທະຍາ

120

115

ປະສາດວິທະຍາ

320

110

ສູຕິວິທະຍາ

60

150

ສັນຍະກຳກະດູກ

210

155

ພະຍາດວິທະຍາ

360

400

ສະລີລະວິທະຍາ

240

325

ຈິດຕະເວດສາດ

60

145

ຮັງສີວິທະຍາ

360

360

ຊົ່ວໂມງ

3,065

3,065

ພາກວິຊາທີ່ຈຳເປັນຕ້ອງສຶກສາເພີ່ມເຕີມ

ຄຼາໂຣແພຣກຕິກສັນຫຼັງ ວິທະຍາສາດການອາຫານ

ເພສັດວິທະຍາ ວິທະຍາພູມຄຸ້ມກັນ

 

ກາຍຍະພາບບຳບັດຂັ້ນສູງ ລັງສີວິທະຍາ

ການຜ່າຕັດທົ່ວໄປ

ຊົ່ວໂມງລວມ

4,485

4,250

 ໄດ້ຮັບການຍອມຮັບວ່າເປັນສະມາຄົມ chiropractic ໃນ ສປປ ລາວ ໂດຍ WFC

loພາສາລາວ