ກົດໝາຍ

ໃນພາກປະຕິບັດດ້ານຄຼາໂຣແພຣກຕິກໄດ້ຮັບການຍອມຮັບ ແລະ ຄຸ້ມຄອງໂດຍກົດໝາຍໃນປະມານ 40 ປະເທດ ແລະ ໃນບັນດາປະເທດອື່ນໆອີກທີ່ມີການຈັດຕັ້ງວິຊາຊີບດັ່ງກ່າວກໍໄດ້ມີການຍອມຮັບ ແລະ ຈັດໃຫ້ຖືກຕ້ອງຕາມກົດໝາຍພາຍໃຕ້ກົດໝາຍທົ່ວໄປ. ລັກສະນະທົ່ວໄປຂອງກົດໝາຍ ແລະ ແນວທາງປະຕິບັດໃນເຂດອຳນາດສານທັ້ງໝົດມີດັ່ງນີ້:
ການດູແລເບື້ອງຕົ້ນ - ການຕິດຕໍ່ກັບຄົນເຈັບໂດຍກົງ
ສິດ ແລະ ໜ້າທີ່ໃນການບົ່ງມະຕິ ລວມທັ້ງການຮັບ ແລະ/ຫຼື ຂໍຟິມໂຄງກະດູກຂອງຄົນເຈັບ
ຈະຕ້ອງບໍ່ມີການໃຊ້ຢາທີ່ຕ້ອງໃຊ້ໃບສັ່ງຢາຂອງແພດ ຫຼື ການຜ່າຕັດ
ການປະຕິບັດຄຼາໂຣແພຣກຕິກຢ່າງບໍ່ມີການຮັບຮອງໂດຍບຸກຄົນທີ່ບໍ່ໄດ້ຮັບການຝຶກອົບຮົມຢ່າງເປັນທາງການ, ແຕ່ອ້າງວ່າຕົນເປັນ “ໝໍຄຼາໂຣແພຣກຕິກ ຫຼື ໝໍຈັດກະດູກ” ຍັງເປັນບັນຫາສຳຄັນໃນບາງປະເທດທີ່ບໍ່ໄດ້ມີກົດໝາຍຄວບຄຸມ (ເຊັ່ນ: ປະເທດໄທ, ປະເທດບຣາຊິລ, ປະເທດເຢຍລະມັນ, ປະເທດເກົາຫຼີ, ປະເທດຍີ່ປຸ່ນ, ປະເທດລາວ)

 ໄດ້ຮັບການຍອມຮັບວ່າເປັນສະມາຄົມ chiropractic ໃນ ສປປ ລາວ ໂດຍ WFC

loພາສາລາວ